Tuesday, May 28, 2013

ຝາກໄວ້ແດ່ທຸກຄົນ

ຝາກໄວ້ແດ່ທຸກຄົນ ສະຫລຸບໄດ້ຈາກການຮຽນ Wealth 5 ເປັນເວລາ 7 ວັນແຫ່ງຄວາມມະຫັດສະຈັນ ສີ່ງທີ່ໄດ້ຮັບມັນຫລາຍເຫລືອເກີນ ເຮົາມາຮຽນເພາະຄິດວ່າຕົວເອງເຮັດຫຍັງກໍ່ບໍ່ສຸດ ໝົດແຮງບັນດານໃຈ ໝົດພະລັງ ມີບາງຄວາມຮູ້ສຶກທີ່ເບື່ອຫນ່າຍຈົນຢາກໄປບວດກໍ່ມີ ແຕ່ກໍ່ຮູ້ວ່າມັນຍັງບໍ່ແມ່ນດອກ ເລີຍຕ້ອງເຮັດຫຍັງຈັກຢ່າງແລ້ວ... ເຮົາໄດ້ກັບໄປເຫັນສີ່ງທີ່ມັນຂັບເຄື່ອນເຮົາໃນຫ້ອງຮຽນນີ້.. ເຮົາຄິດວ່າເຮົາເຈີກັບສີ່ງທີ່ຮັກ ແລະໄດ້ເຮັດມັນທຸກວັນແລ້ວ ແຕ່ເປັນຫຍັງເຮົາຍັງມີຄວາມສຸກບໍ່ຫລາຍພໍ? ເຮົາຖາມຕົວເອງເປັນຫຍັງມັນຈື່ງບໍ່ກວ່າໄປໄກກວ່ານີ້? ເປັນຫຍັງເຮົາຈື່ງບໍ່ກ້າ? ເຮົາເຫັນເປົ້າໝາຍຕົວເອງຢ່າງຊັດເຈນໃນການຮຽນຄັ້ງກ່ອນ ແຕ່ພໍມາຮອດຈຸດໜື່ງມັນກໍ່ໄປຕໍ່ບໍ່ໄດ້ ມັນບໍ່ຢາກເຮັດແລ້ວ ເຮົາຕັ້ງເປົ້າໝາຍໃຫ້ໃຫຍ່ຂື້ນ ແຕ່ເຮົາລະອາຍທີ່ຈະເຮັດມັນ ເຮົາຮູ້ສຶກເຫັນແກ່ຕົວທີ່ຈະປະສົບຜົນສຳເລັດ ເຮົາບໍ່ໄປຕໍ່ແລະໝົດສັດທາ ເຮົາຄິດວ່າເຮົາໃຫ້ອະໄພຕົວເອງແລ້ວ ແຕ່ນັ້ນມັນເປັນພຽງການຄິດເອົາເອງ... ວັນທີ່3 ຂອງການຮຽນ ຄູໄດ້ເຮັດທຣານໃຫ້ກັບອ້າຍປອບ ຜູ້ທີ່ມີປັນຫາກັບພໍ່ເທີງເວທີກັບໂຊຟາສີດຳນັ້ນ ເຮົາຍ້ານໃດຖ້າໄດ້ຂື້ນໄປ ແຕ່ຄັ້ງນີ້ມັນຕ່າງໄປ ເຮົານັ່ງບ່ອນຕົວເອງແຕ່ມັນຍີ່ງກວ່າເທີ່ງເວທີ ມັນເຫັນແລະຮູ້ສຶກໄດ້ເຖີງບາງຢ່າງທີ່ສັດເຈັນ ເຫັນສີ່ງທີ່ຂັບເຄື່ອນເຮົາມາຕະຫລອດ ໃຫ້ຫາເງີນ ໃຫ້ເຮັດທຸລະກິດຈົນທຸກວັນນີ້. ເຮົາເຫັນຕົວເອງຮ້ອງໄຫ້ແລະກອດກັບຍ່າ ເພາະພໍ່ຜູ້ເປັນທີ່ຮັກທີ່ເພີ່ງພາ ດູຖູກ ຊຳ້ເຕີມ ກັບເລື່ອງເລັກນ້ອຍທີ່ເຮົາເຮັດຜິດພາດ ແຕ່ມັນເປັນສີ່ງທີ່ເຮັດໃຫ້ເຮົາຕັດສິນໃຈວ່າຈະບໍ່ໃຊ້ເງີນຂອງພວກເຂົາອີກຕໍ່ໄປແລ້ວ... ມັນມີພະລັງຫລາຍຈົນເຮັດໃຫ້ການເລີ່ມຕົນມັນເປັນເລື່ອງງ່າຍເຫລືອເກີນ.. ເຮົາເລີ້ມມັນຈາກຄອມເຄື່ອງດຽວ ຕັ້ງຫົວເຮືອໃຫ້ຖືກ... ຕອນນີ້ເຮົາເຫັນເປົ້າໝາຍໃຫມ່ທີ່ໃຫຍ່ຫລາຍ ແຕ່ມັນບໍ່ຍາກເລີຍທີ່ຈະສຳເລັດ ເຮົາເຫັນຕົວເອງຄູຄວນທີ່ຈະເຮັດມັນທີ່ສຸດ ເຫັນຄົນທີ່ເຮົາຮັກ ແລະຜູ້ອື່ນມີຄວາມສຸກ ເຫັນຕົວເອງປະສົບຜົນສຳເລັດກັບທຸລະກິດ ເຫັນຜູ້ຄົນໄດ້ຮັບແຮງບັນດານໃຈຈາກເລື້ອງຂອງເຮົາ ເຫັນໜັງສືທີ່ເຮັດໃຫ້ວົງການໜັງສືໃນລາວປ່ຽນແປງ ເຫັນຕົວເອງເປັນຕົ້ນແບບ ເຫັນການແບ່ງປັນ ເຫັນຕົວເອງເປັນຜູ້ແນະນຳສາດສະໜາພຸດທີ່ເປັນພຸດແທ້ ແລະເຫັນຕົວເອງຄູ່ຄວນທີ່ຈະເຮັດມັນ ການໃຫ້ອະໄພ.. ບໍ່ມີປະໂຫຍດທີ່ຈະໃຈຮ້າຍຫລືຄຽດໃຫ້ຜູ້ອື່ນ ບໍ່ວ່າໃຜກໍ່ຕາມ ເຮົາຈະໃຫ້ອະໄພເຂົາ ເຮົາມີພີ່ນ້ອງທີ່ບໍ່ໄດ້ລົມກັນມາດົນ ເຮົາຈະກັບໄປກອດພວກເຂົາ ແລ້ວລະລຶກເຖີງເວລາທີ່ພວກເຮົາເຄີຍຫຼີ້ນນຳກັນ ເຄຍເປັນຫ່ວງແລະຮັກແພງກັນ ບໍ່ວ່າພວກເຈົ້າຈະເປັນແບບໃດອ້າຍໃຫ້ອະໄພ ອ້າຍຂໍໂທດທີ່ເຮັດໃຫ້ພວກໂຕຮູ້ສຶກບໍ່ເປັນທິ່ຮັກ ແຕ່ແທ້ໆແລ້ວທຸກຄົນຮັກພວກໂຕຫລາຍ! ຈົ່ງອອກໄປໃຊ້ຊີວິດທີ່ສຸດຍອດແລະສ້າງຄວາມແຕກຕ່າງໃຫ້ໂລກນີ້! ມິດຕະພາບ.. ເຮົາໄດ້ເຈີກັບຄົນທີ່ສຸດຍອດ ການປ່ຽນແປງທີ່ມະຫັດສະຈັນ ໝູ່ເພື່ອນແລະສັງຄົມທີ່ເຮົາຢາກໃຫ້ມີຢູ່ວຽງຈັນບ້ານເກີດເຮົາ ນັ່ງລົມກັນແບ່ງປັນເລື່ອງລາວດີໆ ມີຮອຍຍີ້ມສຽງຫົວໂດຍທີ່ບໍ່ຕ້ອງມີເຫລົ້າມີເບຍ ມີແຕ່ຄວາມຈິງໃຈ ແລະກອດກັນຕະຫລອດ ເຮົາຮັກມັກທີ່ສຸດ!! ຂອບໃຈຄູອ້ອຍຜູ້ເຮັດໃຫ້ເຫັນທາງ ຊາບຊື່ງເຖີງຄວາມເມດຕາຢ່າງແທ້ຈິງ... DDNARD : The Compass of NOW Auther . Self Help

Tuesday, November 10, 2009

iPhone Service @ Lao

Hi everybody

ME SHOP is shop in laos we service every Apple product and iPhone
we sell, fix, unlock and download content to you iPhone
we sell Apple product and software

if you live in laos and your Apple product have problem just think of ME SHOP

contact us +85620 7709642
Powered By Blogger