Wednesday, July 25, 2007

ວິກິດ ຫຼື ໂອກາດ .... ? (25-07-07)

ສິ່ງທີ່ຄິດໄດ້ໃນມື້ນີ້ ເປັນສິ່ງນ້ອຍຯທີ່ຍິ່ງໃຫຍ່....

ສືບເນື່ອງມາຈາກ ນ້ອງເອັກບ໋ອກສຸດຮັກ ຕ້ອງມາເກີດອາການໄຟແດງ
ມັນແມ່ນອາການທີ່ເຮັດໃຫ້ເກມຊອງເຮົາມັນຫຼີ້ນບໍ່ໄດ້ ແລະຈະຕ້ອງໄດ້ໄປເສຍເງີນແປງ
ຊື່ງຄ່າແປງນັ້ນກໍ່ປະມານ 3000 ບາດພຸ້ນນະ....
ເຮົາເອງເປັນຜູ້ທີ່ບໍ່ຄ່ອຍງົກປານໃດ.. ບໍ່ຢາກເສຍເງີນວ່າຊັ້ນສະ...
ກໍ່ເລີຍໄປເປີດຊອກເບີ່ງໃນ ເນັດ ຫາວິທີທີ່ແກ້ປັນຫາພື້ນຖານລອງເບີ່ງກ່ອນ... ແຕ່... ແຕ່
ກັບໄດ້ໄປພົບວິີທີ່ແປງ xbox ທີ່ພວກຊ່າງຢູ່ໄທມັນເອົາໄປແປງກັນ...
ກະເລີຍເຮັດໃຫ້ບັກຜົນ ບັກຜົນ.. ຜູ້ທີ່ພ້ອມຈະໄປເສຍເງີນໃຫ້ກັບຊ່າງທີ່ບໍ່ຮູ້ວ່າ ມັນຈະແປງໃຫ້ເຮົາໄດ້ຫຼືບໍ່ນັ້ນ..
ຫຶກເຫີມ!! ຫຶກເຫີມ ທີ່ຈະເອົາ xbox ມາແປງເອງ!!! ^^

ແລ້ວມັນກ່ຽວກັບວິກິດ ແລະໂອກາດບ່ອນໃດຫ໋າ....?
ມັນກໍ່ກ່ຽວລະບໍ ກ່ຽວແທ້ຯ....
ວີກິດ: ກໍ່ຄືການທີ່ xbox ຂອງເຮົາມັນເພ ເພໃນສິ່ງທີ່ທຸກຄົນທີ່ມີ xbox ນັ້ນຍ້ານ ເພາະມັນສາມາດເກີດຂື້ນນຳໄຜກໍ່ໄດ້...
ໂອກາດ: ກໍ່ຄືການທີ່ເຮົາຈະໄດ້ລອງແປງ xbox ທີ່ເພ້ແລ້ວຂອງເຮົາເອງ.. ຖ້າຫາກມັນກັບມາມີຊີວິດຄືນ
ມັນບໍ່ພຽງແຕ່ເຮົາຈະໄດ້ກັບມາຫຼີ້ນມັນອີກຄັ້ງ ແຕ່ມັນຍັງເຮັດໃຫ້ເຮົາຮູ້ວ່າ ເຮົາສາມາດແປງມັນໄດ້
ຊື່ງອາດຈະເວົາໄດ້ວ່າ ເປັນຄົນຕົນຯທີ່ສາມາດແປງ xbox ໄດ້ຢູ່ລາວ.. ພຸ້ນນະເວັ້າໄປພຸ້ນ ^^

ແຕ່ສີ່ງທີ່ເຮົາຄິດວ່າມັນສຳຄັນແລະເປັນສິ່ງທີ່ຢາກບອກກັບທຸກຄົນທີ່ສຸດນັ້ນກໍ່ແມ່ນການແນມເບີ່ງປັນຫາ ແລະວິເຄາະມັນຢ່າງຈະແຈ້ງ... ມັນບໍ່ພຽງແຕ່ເລື້ອງນີ້ເທົ່ານັ້ນ ແຕ່ມັນຢັງສາມາດເອົາໄປໃຊ້ໄດ້ໃນກັບທຸກບັນຫາ ແລະສີ່ງທີ່ເຮົາຈະຕ້ອງພົບຕໍ່ໄປໃນອະນາຄົດອີກດ້ວຍ...

ວິກິດ ຫຼື ໂອກາດ..​ ຄິດດີຯແລ້ວປ່ຽນມັນສະ ... ^^

No comments:

Powered By Blogger